ການຕໍ່ເຮຶືອ… ສິລປະທີ່ຜູກພັນກັບຄວາມເຊື່ອ ແລະ ສາຍນ້ຳ

ເມື່ອຕາເວັນຄ້ອຍຄໍ່າລົງແລງ ແສງແດດກໍເລີ່ມອ່ອນ ຄວາມຮ້ອນກໍເລີ່ມຄາຍ ສຳຜັດໄດ້ອາຍເຢັນຈາກໜ້ານ້ຳ, ເປັນສັນຍານບອກວ່າຈະຮອດຍາມອຳລາຄາຈາກ ແລະໝົດເວລາຂອງອີກມື້ໜຶ່ງແລ້ວ ແຕ່ກົງກັນຂ້າມພັດເປັນຈຸດເລີ່ມຕົ້ນຂອງຄວາມຄຶກຄື້ນຈາກຜູ້ຄົນແຄມນ້ຳ ທີ່ເລີ່ມທະຍອຍເຂົ້າມາລວມຕົວກັນ ໂດຍສະເພາະແມ່ນບັນດາສີພາຍ ທີ່ພາກັນລ່ອງເຮືອອອກຈາກທ່າ ເພື່ອຊ້ອມກະກຽມຄວາມພ້ອມໃສ່ງານບຸນຊ່ວງເຮືອທີ່ໃກ້ຈະມາເຖິງ.

ບຸນຊ່ວງເຮືອ ເປັນ ບຸນປະເພນີທີ່ມີມາຄູ່ຄົນລາວເປັນເວລາດົນນານມາແລ້ວ ເວົ້າໄດ້ວ່າເປັນມໍລະດົກທາງວັດທະນະທຳທີ່ຜູກພັນກັບສາຍນ້ຳ, ເຮືອ ແລະວິຖີຊີວິດຂອງຜູ່ຄົນ. ໃນສະໄຫມກ່ອນ, ການດຳເນີນຊີວິດຂອງປະຊາຊົນແຄມນ້ຳແມ່ນຕິດພັນກັບການນຳໃຊ້ເຮືອເປັນພາຫະນະໃນການເດີນທາງຢູ່ແລ້ວ ໂດຍສະເພາະໃນໄລຍະທ້າຍຂອງລະດູຝົນທີ່ລະດັບນ້ຳເພີ່ມຂຶ້ນສູງ ເຊິ່ງກົງກັບຍາມບຸນອອກພັນສາປະວໍລະນາພໍດີ ເປັນຍາມທີ່ຜູ່ຄົນຕ່າງກໍພາກັນເດີນທາງໄປວັດເພື່ອຖວາຍສັງຄະທານ, ຕັກບາດຢາດນ້ຳ ແລະຟັງທຳມະເທສະໜາ ພາຍຫຼັງສິ້ນສຸດພິທີການທາງສາສະໜາກໍມີການຈັດການແຂ່ງຂັນເຮືອ ເພື່ອຄວາມມ່ວນຊື່ນ ຈົນກາຍມາເປັນງານບຸນປະເພນີໃນປັດຈຸບັນ.

ບັນຍາກາດອັນລຸ້ນລະທຶກ ທ່າມກາງສຽງເສບໂຮຮ້ອງອັນຄຶກຄື້ນຂອງປະຊາຊົນທີ່ມາຊົມການຊ່ວງເຮືອ ເປັນຫນຶ່ງບັນຍາກາດທີ່ຄຸ້ນເຄີຍຂອງຫລາຍໆຄົນ ແຕ່ສຳລັບປະຊາຊົນທີ່ອາໄສຢູ່ຕາມແຄມທ່ານ້ຳ ບຸນຊ່ວງເຮືອບໍ່ໄດ້ມີແຕ່ສະເພາະງານໃຫຍ່ໃນມື້ອອກພັນສາ, ສຳລັບພວກເຂົາແລ້ວ ຄວາມຕື່ນເຕັ້ນໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຂະບວນການເລີ່ມກະກຽມເຮືອ ແລະເຝິກຊ້ອມສີພາຍປະຈຳບ້ານ.
ອ້າຍ ປຸ ເປັນຄົນຫນຶ່ງທີ່ເຕີບໃຫຍ່ໃນບ້ານຈອມແຈ້ງ, ຈາກກິດຈະກຳທາງນ້ຳທີ່ມີມາແຕ່ເຊັ່ນປູ່ຍ່າ ຜູ້ເຖົ້າຜູ້ແກ່ເພິ່ນພາເຮັດ, ເກີດໃຫ້ມີຄວາມຫລົງໃຫລຄວາມຜູກພັນກັບເຮືອ ແລະສາຍນ້ຳ ຈຶ່ງກາຍເປັນນາຍຊ່າງຕໍ່ເຮືອໃນປັດຈຸບັນ. ຜ່ານການທີ່ໄດ້ເຫັນຂະບວນການ, ຮຽນຮູ້ວິທີການຕໍ່ເຮືອ ແລະມີປະສົບການຂອງການເປັນສີພາຍ, ອ້າຍ ປຸ ໄດ້ພັດທະນາວິທີການຕໍ່ ແລະອອກແບບຊົງເຮືອມາເປັນຮູບແບບຂອງຕົນ ທີ່ເນັ້ນຊົງເຮືອທີ່ເບົາ ແລະໄຫລນ້ຳ.

ເຮືອໃນສະໄໝກ່ອນ ຫລື ເຮືອບູຮານ ເປັນເຮືອທີ່ສ້າງຂຶ້ນຈາກໄມ້ລຳດຽວເປັນຕົ້ນໃຫຍ່ທັງຕົ້ນ, ແຕ່ດ້ວຍຊັບພະຍາກອນໄມ້ທີ່ຫາຍາກໃນປັດຈຸບັນ ເຮືອສະໄຫມໃຫມ່ຈຶ່ງຖືກສ້າງຂຶ້ນດ້ວຍການຕໍ່ໄມ້ແປຮູບ. ປະເພດໄມ້ທີ່ເລືອກໃຊ້ໃນການເຮັດເຮືອແມ່ນ ໄມ້ແຂ່ນເຮືອ, ໄມ້ສັກ, ໄມ້ເປືອຍ ເປັນຕົ້ນ.

ຕາມຄວາມເຊື່ອຖືມາແຕ່ບູຮານເພິ່ນວ່າ ໃນຕົ້ນໄມ້ ຈະມີຜູ້ສັກສິດສະຖິດຢູ່ເພື່ອປົກປັກຮັກສາ ທີ່ເອີ້ນວ່າ ນາງໄມ້. ເຊິ່ງກ່ອນຈະນຳເຮືອລົງນ້ຳຈະຕ້ອງໄດ້ມີພິທີໄຫວ້ດ້ວຍເຄື່ຶອງບູຊາ ເຊັ່ນ ເຫຼົ້າໄຫ, ໄກ່, ໝາກໄມ້, ຄຳໝາກ ແລະຢາສູບ, ພິເສດແມ່ນກ່ອນຈະລົງແຂ່ງ ນອກຈາກເຄື່ອງໄຫວ້ແລ້ວຍັງມີນ້ຳຫອມ, ເຂົ້າແປ້ງ ແລະເຄື່ອງປະດັບປະດາຕາມຕົວເຮືອ ຄືກັບວ່າໄດ້ແຕ່ງອົງຊົງເຄື່ອງໃຫ້ຈົບງາມກ່ອນຈະອອກເດີນທາງ.

ນາງ ຍອດຄຳ ແມ່ນຊື່ຊ່ວງເຮືອ 50 ສີພາຍ ຂອງບ້ານຈອມແຈ້ງ ທີ່ຍາດໄດ້ລາງວັນຊະນະເລີດມາໄດ້ໃນບຸນປະເພນີຊ່ວງເຮືອປີ 2015 ແລະໄດ້ຖືກນຳມາສ້ອມບຳລຸງເພື່ອກະກຽມສຳລັບການແຂ່ງຄັ້ງຕໍ່ໄປ.

ການເປັນສີພາຍ ແລະນາຍຊ່າງຕໍ່ເຮືອ ບໍ່ພຽງແຕ່ຕ້ອງອາໄສຄວາມອົດທົນ, ຄວາມຊຳນານ ແລະຄວາມປານີດເທົ່ານັ້ນ ແຕ່ສິ່ງທີ່ສຳຄັນຄື ຄວາມຮັກຄວາມຜູກພັນທີ່ມີຕໍ່ເຮືອ ແລະສາຍນ້ຳ ຕະຫລອດເຖິງຄວາມສາມັກຄີຮັກແພງຕໍ່ກັບບັນດາອ້າຍນ້ອງທີ່ນັ່ງຮ່ວມເຮືອລຳດຽວກັນ ເພາະບໍ່ໄດ້ມີພຽງແຕ່ ອ້າຍ ປຸ ທີ່ມີໃຈມັກໃນເລື່ອງນີ້ ຍັງມີບັນດາໄວໜຸ່ມທັງໃນບ້ານຈອມແຈ້ງ ແລະ ບ້ານອື່ນໆກໍໄດ້ໃຫ້ຄວາມສົນໃຈຕໍ່ກິດຈະກຳດັ່ງກ່າວ ຈຶ່ງມີການເຕົ້າໂຮມກັນຈົນກາຍເປັນສະໂມສອນສີພາຍປະຈຳບ້ານ. ຈຶ່ງເວົ້າໄດ້ວ່າ ການແຂ່ງຂັນຊ່ວງເຮືອ ເປັນໜຶ່ງກິດຈະກຳທີ່ສະແດງອອກໃຫ້ເຫັນເຖິງຄວາມສາມັກຄີພ້ອມພຽງຂອງໝູ່ຄະນະສີພາຍ ແລະໄຊຊະນະທີ່ຍາດມາໄດ້ກໍເປັນຄວາມພູມໃຈໜຶ່ງທີ່ສະແດງເຖິງຄວາມຫ້າວຫັນສາມັກຄີຂອງການຈັດຕັ້ງໃນບ້ານອີກດ້ວຍ.

ໃນເວລາຄ້າຍແລງ, ແສງຕາເວັນສີສົ້ມຍັງຄົງສາດສ່ອງຜ່ານກ້ອນເມກ ຈາກທ້ອງຟ້າທີ່ເລີ່ມປ່ຽນສີ ກະທົບໃສ່ໜ້ານ້ຳສະທ້ອນໃຫ້ເຫັນຄື້ນນ້ຳທີ່ໄຫວຕີງ. ກຸ່ມອ້າຍນ້ອງສີພາຍ, ຫລັງຈາກສຳເລັດພາລະໜ້າທີ່ທີ່ຕ່າງຄົນທີ່ຕ່າງຕ້ອງຮັບຜິດຊອບຕະຫລອດມື້ແລ້ວ ກໍຍັງຫ້າວຫັນທີ່ຈະມາເຕົ້າໂຮມກັນເຝິກຝົົນກຳລັງ, ເຕັກນິກ ແລະຄວາມພ້ອມພຽງ ເພື່ອການພັດທະນາທີ່ດີຂຶ້ນໃນວັນຕໍ່ໄປ ຄືກັບດວງຕາເວັນທີ່ບໍໍ່ໄດ້ເມື່ອຍລ້າກັບການສ່ອງແສງສະຫວ່າງຕະຫຼອດມື້ ແລະຍັງຄົງສາດແສງສີສົ້ມທີ່ອົບອຸ່ນ ເປັນແສງສຸດທ້າຍ ສ້າງອະລິຍະບົດທີ່ສວຍງາມອີກໄລຍະໜຶ່ງ  ກ່ອນຈະລາລັບໄປແລ້ວຄ່ອຍກັບມາອີກມື້ໃຫມ່.

 

arttttttttarttttttt

arttttttarttttt

arttttarttt

artartt

arttttttttttarttttttttt