carousel-item-1

ຄົ້ນຫາ ເຫດຜົນຂອງການໃຊ້ຊີວິດ ຕາມແບບສະບັບຄົນຍີ່ປຸ່ນ Ikigai (ອີຄີໄກ)

ສິ່ງທີ່ເຮັດໃຫ້ເຮົາເບື່ອຊີວິດຂອງເຮົາຢູ່ເລື້ອຍໆ ບໍ່ວ່າຈະເປັນຄວາມຜິດຫວັງ ຫຼື ບໍ່ພໍໃຈໃນເລື້ອງຕ່າງໆເປັນຕົ້ນວ່າ: ການຂີ້ຄ້ານເຮັດວຽກ, ເບື່ອວຽກທີ່ເຮັດ, ເບື່ອເພື່ອນຮ່ວມງານ, ເບື່ອຫົວໜ້າ,  ເບື່ອລະບົບອົງກອນທີ່ບໍ່ມີຄວາມຍຸດຕິທຳ, ເບື່ອການເອົາຮັດເອົາປຽບ ຂອງຄົນໃນສັງຄົມ, ບໍ່ພໍໃຈໃນລາຍໄດ້ທີ່ບໍ່ພໍໃນການດຳເນີນຊີວິດ, ຄວາມທຸກໃຈທີ່ຖືກຄົນອື່ນເອົາປຽບ ແລະ ອື່ນໆ, ກໍ່ຍ້ອນວ່າເຮົາບໍ່ເຫັນພາບລວມຂອງອົງປະກອບ ທີ່ເອີ້ນວ່າ “ເຫດຜົນຂອງການດຳລົງຊີວິດຢູ່” ຫຼື Ikigai (生き甲斐) ເຊິ່ງລະບົບດັ່ງກ່າວແມ່ນຖືກຄົ້ນພົບຢູ່ເມືອງໂອກີນາວາປະເທດຍີ່ປຸ່ນ ທີ່ການຄົ້ນພົບ ແລະ ເຂົ້າໃຈເຖິງລະບົບນີ້ເອງທີ່ເຮັດໃຫ້ຄົນໂອກີນາວາ ສ່ວນຫຼາຍມີອາຍຸຍືນເຖິງ 100 ປີ.

 

ລະບົບ Ikigai ໜ້າຈະເປັນລະບົບທີ່ເໝາະສົມກັບຄົນໃນຍຸກສັງຄົມປັດຈຸບັນ ທີ່ເປັນສັງຄົມກະຫາຍໃນແຮງບັນດານໃຈໃນການເຮັດວຽກ ແລະ ການໃຊ້ຊີວິດ, ສັງຄົມທີ່ຊອກສະແຫວງຫາເຫດຜົນທຸກຢ່າງທີ່ເຮົາເຮັດ ແມ່ນແຕ່ເຫດຜົນທີ່ເຮົາຂີ້ຄ້ານ, ເຫດຜົນທີ່ຢາກອອກຈາກວຽກໄປຈົນເຖິງເຫດຜົນທີ່ເຮົາຢາກໃຊ້ຊີວິດຢ່າງມີອິດສະຫຼະ.

01 ເຫດຜົນຂອງການດຳລົງຊີວິດຢູ່” ຕາມ style Ikigai (ອີຄີໄກ)

 

ໃນແຜນພາບຂ້າງເທິງນີ້ ມັນໄດ້ອະທິບາຍເຖິງອົງປະກອບ ຂອງ ລະບົບ Ikigai ໄວ້ຢ່າງສະຫຼາດ ແລະ ປານີດ ໃຫ້ເຮົາພໍມີສະຕິຮັບຮູ້ວ່າຫາກເຮົາຈະມີ “ເຫດຜົນຂອງການດຳລົງຊີວິດຢູ່” ໃນຊີວິດນີ້ ມັນຕ້ອງມີເຫດຜົນ 4 ຢ່າງເຫຼົ່ານີ້ປະກອບກັນຢ່າງມີຄວາມສົມດຸນນັ້ນກໍ່ຄື:

 

  1. ການໄດ້ເຮັດໃນສິ່ງທີ່ເຮົາຮັກ
  2. ເປັນສິ່ງທີ່ເຮົາຖະໜັດມີຄວາມສາມາດ
  3. ເປັນສິ່ງທີ່ຕ້ອງການຂອງຄົນໃນສັງຄົມ ຫຼື ຄົນໃນໂລກ
  4. ແລະ ສິ່ງນັ້ນກໍ່ເປັນສິ່ງທີ່ຄົນອື່ນຍອມຈ່າຍເງິນໃຫ້ເຮົາເພື່ອແລກກັບມັນ.

 

 

ໃນທາງປະຕິບັດກໍ່ຄືຕ້ອງມີ 4 ຢ່າງເຫຼົ່ານີ້:

 

  1. Passion (ຄວາມຫຼົງໄຫຼ) ຄື: ສິ່ງທີ່ເຮົາເຮັດໄດ້ດີ ແລະ ມີຄວາມສຸກທີ່ໄດ້ເຮັດ.
  2. Mission (ພັນທະກິດ) ກໍ່ຄື: ເປັນສິ່ງທີ່ເຮົາໃຊ້ຄວາມພຽນພະຍາຍາມ, ສຸມຈິດສຸມໃຈຕັ້ງໝັ້ນ, ມີອຸດົມການ, ເພື່ອໃຫ້ມັນຕອບໂຈດບັນຫາຂອງຄົນໃນສັງຄົມ.
  3. Vocation (ຄວາມມີສີມື): ເປັນວຽກທີ່ເຮັດດ້ວຍທັກສະສີມື, ອອກເຫື່ອອອກແຮງ, ເບິ່ງເຫັນເປັນຮູບປະທໍາ, ຈັບຕ້ອງບາຍໄດ້, ເປັນສິ່ງທີ່ນໍາໃຊ້ໄດ້ຈິງໃນຊີວິດປະຈໍາວັນ, ມີປະໂຫຍດ, ນໍາໄປຂາຍໄດ້ ບໍ່ວ່າຈະເປັນຜົນຜະລິດ ຫຼື ຮູບແບບການບໍລິການອື່ນໆ.
  4. Profession (ຄວາມເປັນມືອາຊີບ): ກໍ່ຄືການມີຄວາມຮູ້, ການມີຫຼັກວິຊາການທີ່ສ້າງຄວາມເປັນມືອາຊີບ, ມີສິ່ງທີ່ຢັ້ງຢືນອ້າງອີງ ຫຼື ສະເເດງເຖິງມາດຕະຖານຂອງການປະກອບອາຊີບນັ້ນໆ ເຮັດໃຫ້ຄົນອື່ນຍອມຮັບໄດ້ ແລະ ຍອມຈ້າງ ຫຼື ຈ່າຍເງິນເພື່ອແລກກັບການໃຫ້ບໍລິການນັ້ນ ທີ່ສາມາດໃຫ້ເຮົາລ້ຽງຊີວິດໄດ້.

 

ຖ້າເຮົາຫາອົງປະກອບ 4 ຢ່າງນີ້ພົບເຮົາກໍ່ໝາຍຄວາມວ່າເຮົາຄົ້ນພົບ Ikigai ຂອງຊີວິດເຮົາ ແລະ ກໍ່ຈະອີ່ມເອີບໃຈໄດ້ ເຊິ່ງມັນເປັນເຫດຜົນທີ່ເຮັດໃຫ້ເຮົາຢາກຕື່ນນອນໃນແຕ່ລະເຊົ້າເພື່ອມາໃຊ້ຊີວິດຢູ່ກັບມັນ, ມາສ້າງມັນ ແລະ ເຮັດໃຫ້ເຮົາສາມາດມີຊີວິດຢູ່ຕໍ່ໂດຍປາສະຈາກຄວາມສີ້ນຫວັງໃນຊີວິດ ແລະ ສຸດທ້າຍກໍ່ຢູ່ສືບຕໍ່ໄດ້ຈົນເຖິງອາຍຸ 70, 80, 90 ຫຼື 100 ປີ ກໍ່ເປັນໄດ້.

 

ແຕ່ສິ່ງທີ່ຫນ້າສົນໃຈໄປກວ່ານັ້ນໃນແຜນພາບຂອງ Ikigai ນັ້ນກໍ່ຄືພື້ນທີ່ສາມລ່ຽມນ້ອຍ 4 ອັນທີ່ຢູ່ອ້ອມຮອບມັນ ເພາະສ່ວນເຫຼົ່ານີ້ຕັ້ງຫາກທີ່ເປັນປັດໃຈທີ່ເຮັດໃຫ້ເຮົາ “ບໍ່ຢາກດຳລົງຊີວິດຢູ່” ໃນຈຸດທີ່ເຮົາເປັນຢູ່ໃນປັດຈຸບັນ ເຊິ່ງນັ້ນກໍ່ຄືເຫດຜົນທີ່ເຮັດໃຫ້ເຮົາເຮັດວຽກ ຫຼື ໃຊ້ຊີວິດ ຢ່າງ “ບໍ່ມີຄວາມສຸກ” ຫຼື “ທຸກທໍລະມານ” ແລະ ສະພາວະທັງ 4 ຢ່າງນັ້ນກໍ່ຄື:

 

  1. ສະພາວະກະເປົາແຫ້ງ: ຄືການມີຄວາມສຸກກັບສິ່ງທີ່ເຮັດ ແຕ່ຂາດຄວາມໝັ້ນຄົງທາງຖານະທາງການເງິນ ເນື່ອງຈາກວຽກທີ່ເຮັດຢູ່ ບໍ່ສາມາດປ່ຽນແປງເປັນລາຍຮັບໄດ້ ເໝືອນພວກທີ່ມັກເຮັດກິດຈະກໍາໃນຍາມຫວ່າງແຕ່ພັດຂາຍບໍ່ໄດ້, ຂາຍບໍ່ອອກ ຫຼື ເຖິງໄດ້ກໍ່ໄດ້ໜ້ອຍເຊິ່ງບໍ່ພຽງພໍລ້ຽງຊີວິດໃຫ້ຢູ່ລອດໄດ້.
  2. ສະພາວະກ້ຳກືນຝຶນທົນ: ຄືການຕື່ນເຕັ້ນກັບສິ່ງທີ່ເຮັດ ພໍມີລາຍໄດ້ ແຕ່ກັບຂາດຄວາມໝັ້ນຄົງ ເພາະສິ່ງທີ່ເຮັດຢູ່ນັ້ນ ເຮົາບໍ່ມີຄວາມຊ່ຽວຊານພຽງພໍ ເໝືອນພວກທີ່ຈົບການຕະຫຼາດ, ລັດຖະສາດ ຫຼື ສາຍສັງຄົມ ແລ້ວໄປເຮັດວຽກໃນການບໍລິຫານທົ່ວໄປ ພໍລະບົບຫຼົ້ມ ຫຼື ລະບົບມີການປ່ຽນແປງເຮົາກໍ່ຄ່ອຍຫຼົ້ມໄປນຳລະບົບ ເພາະບໍ່ມີຄວາມສາມາດແລະ ທັກສະໃດຕິດຕົວເປັນຮູບປະທຳທີ່ພໍເປັນຕົວເປັນຕົນໃຫ້ໄດ້ເອົາໄປສ້າງລາຍໄດ້ອັນໃໝ່ໄດ້.
  3. ສະພາວະຂາດພະລັງ: ຄືການມີຊີວິດທີ່ເບິ່ງຄືຈະຕອບໂຈດທຸກຢ່າງ ໃຊ້ຊີວິດໄດ້ຢ່າງສະບາຍ ແຕ່ກັບຮູ້ສຶກວ່າ ຊີວິດບໍ່ມີຄວາມໝາຍຫຍັງເນື່ອງຈາກເຮົາບໍ່ໄດ້ຮັກໃນສິ່ງທີ່ເຮົາເຮັດ ຄືນັກກວດສອບບັນຊີ, ທະນາຍຄວມ ຫຼື ນັກອອກແບບ ພວກນີ້ລາຍໄດ້ດີ ແຕ່ຂ້າງໃນມັນບໍ່ເຕັມ.
  4. ສະພາວະບໍ່ມີຕົວຕົນ: ຄືການໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ເບິ່ງຄືຈະພໍໃຈໃນຈຸດທີ່ຕົນເອງເປັນຢູ່ ແຕ່ກັບຮູ້ສຶກວ່າສິ່ງທີ່ທຸ້ມເທກັບບໍ່ມີປະໂຫຍດຕໍ່ຄົນຮອບຕົວ ແລະ ໂລກໃບນີ້ພໍເທົ່າໃດ ເໝືອນພວກທີ່ເຮັດທຸລະກິດ ສາຍ Startup ທີ່ຄິດວ່າໄອເດຍຂອງຕົນເອງເຈັ໋ງ ໂລກຈະມີຄວາມຮຽກຮ້ອງຕ້ອງການ ແຕ່ຫາກບໍ່ມີເລີຍ.

 

Ikigai ມີຄວາມໝາຍໃກ້ຄຽງກັບເປົ້າໝາຍຊີວິດ ແຕ່ແຕກຕ່າງບ່ອນທີ່ວ່າ Ikigai ບໍ່ມີວັນທີ່ຈະສິ້ນສຸດ ອາດຈະເປັນສິ່ງທີ່ທ່ານຈະຕ້ອງເຮັດໃນທຸກໆມື້ ຫຼື ສິ່ງທີ່ທ່ານຢາກເຮັດຕະຫຼອດໄປໃນຕະຫຼອດຊີວິດ ບໍ່ແມ່ນແຕ່ພຽງສິ່ງທີ່ທ່ານຝັນເຖິງ ແຕ່ເປັນສິ່ງທີ່ທ່ານໄດ້ລົງມືເຮັດ ແລະ ຄົນອື່ນກໍ່ເຫັນຜົນຂອງມັນ. ລວມຄວາມແລ້ວກໍ່ຄື ການເອົາຄວາມມັກ ແລະ ຈຸດແຂງຂອງເຮົາມາເຍືອງໃສ່ໃຫ້ຕອບໂຈດກັບບັນຫາຂອງສັງຄົມ ແລະ ພ້ອມດຽວກັນນັ້ນ ກໍ່ສາມາດສ້າງລາຍໃຫ້ເຮົາ ແລະ ສາມາດຕໍ່ຍອດ ແລະ ພັດທະນາໃຫ້ກາຍເປັນອາຊີບໄດ້ ແລ້ວເຮົາກໍ່ຈະຢູ່ຢ່າງມີຄວາມສຸກກັບມັນ.

 

ບົດເລື່ອງໂດຍ: ວ. ປັນຍາ